close
WordPress.org

ກ່ຽວກັບ

ການເຂົ້າເຖິງ

ການເຂົ້າເຖິງ

ຊຸມຊົນ WordPress ແລະ ໂຄງການ WordPress ໂອເພນຊອດ ມີຄວາມມຸ່ງໝັ້ນທີ່ຈະເປີດກວ້າງ ແລະ ໃຫ້ທຸກຄົນເຂົ້າເຖິງໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ພວກເຮົາຕ້ອງການໃຫ້ຜູ້ໃຊ້, ບໍ່ວ່າຈະໃຊ້ອຸປະກອນໃດ ຫຼື ມີຄວາມສາມາດແນວໃດ, ກໍສາມາດເຜີຍແຜ່ເນື້ອຫາ ແລະ ເບິ່ງແຍງເວັບໄຊ ຫຼື ແອັບພລິເຄຊັນທີ່ສ້າງຂຶ້ນດ້ວຍ WordPress ໄດ້.

WordPress ມີເປົ້າໝາຍທີ່ຈະເຮັດໃຫ້ໜ້າຜູ້ດູແລລະບົບ ແລະ ທີມທີ່ມາພ້ອມກັບລະບົບ ຮອງຮັບມາດຕະຖານການເຂົ້າເຖິງເນື້ອຫາເວັບ (WCAG) 2.2 AA ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.

ລະຫັດໃໝ່ ແລະ ລະຫັດທີ່ອັບເດດທັງໝົດທີ່ເຜີຍແຜ່ໃນ WordPress ຕ້ອງປະຕິບັດຕາມແນວທາງເຫຼົ່ານີ້ ຕາມ ມາດຕະຖານການຂຽນລະຫັດການເຂົ້າເຖິງຂອງ WordPress. ບາງຄຸນສົມບັດ ແລະ ຟັງຊັນທີ່ກຳລັງຢູ່ໃນລະຫວ່າງການພັດທະນາອາດຈະຍັງບໍ່ທັນປະຕິບັດຕາມໄດ້ຢ່າງຄົບຖ້ວນ, ແລະ ບັນຫາທີ່ພົບແມ່ນມີລາຍຊື່ຢູ່ໃນ WordPress Trac ຫົວຂໍ້ “accessibility”.

ເຖິງວ່າໂຄງການ WordPress ບໍ່ສາມາດຮັບປະກັນວ່າທຸກທີມຈະປະຕິບັດຕາມມາດຕະຖານໄດ້ຄົບຖ້ວນ, ແຕ່ ທີມທີ່ມີແທັກ accessibility-ready ແມ່ນໄດ້ຜ່ານການກວດສອບໂດຍທີມງານກວດສອບທີມ (Theme Review Team) ເພື່ອໃຫ້ໝັ້ນໃຈວ່າທີມເຫຼົ່ານີ້ຜ່ານ ຂໍ້ກຳນົດພື້ນຖານດ້ານການເຂົ້າເຖິງ.

ທີມງານການເຂົ້າເຖິງ

ທີມງານການເຂົ້າເຖິງຂອງ WordPress (WordPress Accessibility Team) ໃຫ້ຄວາມຊ່ຽວຊານດ້ານການເຂົ້າເຖິງໃນທົ່ວໂຄງການ ເພື່ອປັບປຸງການເຂົ້າເຖິງຂອງລະບົບຫຼັກ WordPress ແລະ ຊັບພະຍາກອນຕ່າງໆ.

ຄູ່ມືການເຂົ້າເຖິງ (Accessibility Handbook) ໄດ້ແບ່ງປັນ ແນວທາງປະຕິບັດທີ່ດີທີ່ສຸດ ສຳລັບການເຂົ້າເຖິງເວັບ, ລາຍຊື່ຂອງ ເຄື່ອງມືການເຂົ້າເຖິງ, ການທົດສອບທີ່ພວກເຮົາເຮັດ ເພື່ອປັບປຸງ WordPress, ທີມ ແລະ ປລັກອິນ, ແລະ ວິທີການເຂົ້າຮ່ວມ ໃນວຽກງານການເຂົ້າເຖິງຂອງ WordPress.

ເພື່ອລາຍງານບັນຫາການເຂົ້າເຖິງທີ່ທ່ານພົບ, ກະລຸນາເບິ່ງໜ້າ ການລາຍງານບັນຫາການເຂົ້າເຖິງ.

ຖະແຫຼງການ ATAG

ແນວທາງການເຂົ້າເຖິງເຄື່ອງມືການສ້າງເນື້ອຫາ ເວີຊັນ 2.0 ຫຼື ATAG, ແມ່ນຊຸດແນວທາງທີ່ກຳນົດວິທີການສ້າງເຄື່ອງມືສຳລັບສ້າງເວັບໄຊທີ່ທຸກຄົນເຂົ້າເຖິງໄດ້ ແລະ ສົ່ງເສີມການສ້າງເນື້ອຫາທີ່ທຸກຄົນເຂົ້າເຖິງໄດ້.

ມາດຕະຖານການຂຽນລະຫັດການເຂົ້າເຖິງຂອງ WordPress ກຳນົດໃຫ້ລະຫັດໃໝ່ ຫຼື ລະຫັດທີ່ອັບເດດແລ້ວຕ້ອງໄດ້ມາດຕະຖານຕາມແນວທາງການເຂົ້າເຖິງເນື້ອຫາເວັບ (WCAG) ເວີຊັນ 2.0 ໃນລະດັບ AA. ການປະຕິບັດຕາມ ATAG ແມ່ນເປົ້າໝາຍເພີ່ມເຕີມນອກເໜືອຈາກການປະຕິບັດຕາມ WCAG.

ແອັບພລິເຄຊັນທີ່ປະຕິບັດຕາມ ATAG 2.0 ຢ່າງຄົບຖ້ວນ ບໍ່ພຽງແຕ່ຕ້ອງໃຊ້ງານໄດ້ໂດຍຜູ້ພິການເທົັ້ນນັ້ນ, ແຕ່ມັນຄວນ ຊ່ວຍ ແລະ ສົ່ງເສີມ ໃຫ້ຜູ້ໃຊ້ທຸກຄົນສ້າງເນື້ອຫາທີ່ທຸກຄົນເຂົ້າເຖິງໄດ້ ແລະ ຊ່ວຍພວກເຂົາໃນການແກ້ໄຂຂໍ້ຜິດພາດດ້ານການເຂົ້າເຖິງ, ໂດຍບໍ່ຈຳເປັນຕ້ອງມີເຄື່ອງມື ຫຼື ສ່ວນເສີມໃດໆເພີ່ມເຕີມ.

ໃນປັດຈຸບັນ WordPress ຍັງບໍ່ທັນເປັນໄປຕາມມາດຕະຖານ ATAG 2.0 ຢ່າງສົມບູນ ແຕ່ມີຄວາມຕັ້ງໃຈທີ່ຈະພັດທະນາຟີເຈີທີ່ທຸກຄົນເຂົ້າເຖິງໄດ້.