ນະໂຍບາຍຄວາມເປັນສ່ວນຕົວ
ເວັບໄຊ WordPress.org (ລວມເອີ້ນວ່າ “WordPress.org” ໃນເອກະສານນີ້) ໝາຍເຖິງເວັບໄຊທີ່ໃຊ້ງານພາຍໃຕ້ໂດເມນ WordPress.org, WordPress.net, WordCamp.org ແລະ ອື່ນໆທີ່ກ່ຽວຂ້ອງ.
ຜູ້ເຂົ້າຊົມເວັບໄຊ
ເຊັ່ນດຽວກັບຜູ້ໃຫ້ບໍລິການເວັບໄຊສ່ວນໃຫຍ່, WordPress.org ຈະເກັບກຳຂໍ້ມູນທີ່ບໍ່ສາມາດລະບຸຕົວຕົນໄດ້ ເຊິ່ງເປັນຂໍ້ມູນທີ່ເວັບບຣາວເຊີ ແລະ ເຊີເວີໃຫ້ບໍລິການໂດຍທົ່ວໄປ.
WordPress.org ຍັງມີການເກັບກຳຂໍ້ມູນທີ່ອາດຈະລະບຸຕົວຕົນໄດ້ ເຊັ່ນ ທີ່ຢູ່ Internet Protocol (IP). ເຖິງຢ່າງໃດກໍຕາມ, WordPress.org ບໍ່ໄດ້ໃຊ້ທີ່ຢູ່ IP ເພື່ອລະບຸຕົວຕົນຂອງຜູ້ເຂົ້າຊົມ ແລະ ບໍ່ໄດ້ເປີດເຜີຍຂໍ້ມູນດັ່ງກ່າວ ນອກຈາກພາຍໃຕ້ເງື່ອນໄຂດຽວກັນກັບການນຳໃຊ້ ແລະ ເປີດເຜີຍຂໍ້ມູນທີ່ລະບຸຕົວຕົນໄດ້ ຕາມທີ່ໄດ້ອະທິບາຍໄວ້ຂ້າງລຸ່ມນີ້.
ການເກັບກຳຂໍ້ມູນທີ່ລະບຸຕົວຕົນໄດ້
ຜູ້ເຂົ້າຊົມ WordPress.org ບາງສ່ວນເລືອກທີ່ຈະມີປະຕິສຳພັນກັບ WordPress.org ໃນທາງທີ່ກຳນົດໃຫ້ WordPress.org ຕ້ອງເກັບກຳຂໍ້ມູນທີ່ລະບຸຕົວຕົນ. ຈຳນວນ ແລະ ປະເພດຂອງຂໍ້ມູນທີ່ WordPress.org ເກັບກຳນັ້ນແມ່ນຂຶ້ນກັບລັກສະນະຂອງການມີປະຕິສຳພັນ. ຕົວຢ່າງ: ພວກເຮົາຂໍໃຫ້ຜູ້ເຂົ້າຊົມທີ່ໃຊ້ຟໍຣຳຂອງພວກເຮົາໃຫ້ຊື່ຜູ້ໃຊ້ ແລະ ທີ່ຢູ່ອີເມວ.
ໃນແຕ່ລະກໍລະນີ, WordPress.org ຈະເກັບກຳຂໍ້ມູນພຽງແຕ່ເທົ່າທີ່ຈຳເປັນ ຫຼື ເໝາະສົມເພື່ອຕອບສະໜອງຈຸດປະສົງຂອງການພົວພັນລະຫວ່າງຜູ້ເຂົ້າຊົມກັບ WordPress.org.
ຂໍ້ມູນທັງໝົດທີ່ຖືກເກັບກຳຢູ່ໃນ WordPress.org ຈະຖືກຈັດການໃຫ້ສອດຄ່ອງກັບກົດໝາຍ GDPR.
ການປົກປ້ອງຂໍ້ມູນບາງຢ່າງທີ່ສາມາດລະບຸຕົວຕົນໄດ້
WordPress.org ເປີດເຜີຍຂໍ້ມູນທີ່ອາດຈະລະບຸຕົວຕົນ ແລະ ຂໍ້ມູນທີ່ລະບຸຕົວຕົນໃຫ້ແກ່ຜູ້ບໍລິຫານໂຄງການ, ພະນັກງານ, ຜູ້ຮັບເໝົາ, ແລະ ອົງກອນໃນເຄືອຂ່າຍເທົ່ານັ້ນ ເຊິ່ງ (i) ຈຳເປັນຕ້ອງຮູ້ຂໍ້ມູນນັ້ນເພື່ອປະມວນຜົນໃນນາມຂອງ WordPress.org ຫຼື ເພື່ອໃຫ້ບໍລິການທີ່ມີຢູ່ໃນ WordPress.org, ແລະ (ii) ຜູ້ທີ່ໄດ້ຕົກລົງທີ່ຈະບໍ່ເປີດເຜີຍຂໍ້ມູນນັ້ນໃຫ້ແກ່ຜູ້ອື່ນ. ພະນັກງານ, ຜູ້ຮັບເໝົາ ແລະ ອົງກອນໃນເຄືອຂ່າຍບາງສ່ວນອາດຈະຕັ້ງຢູ່ນອກປະເທດຂອງເຈົ້າ; ໂດຍການນຳໃຊ້ WordPress.org, ເຈົ້າຍິນຍອມໃຫ້ມີການໂອນຂໍ້ມູນດັ່ງກ່າວໃຫ້ແກ່ພວກເຂົາ.
WordPress.org ຈະບໍ່ໃຫ້ເຊົ່າ ຫຼື ຂາຍຂໍ້ມູນທີ່ອາດຈະລະບຸຕົວຕົນ ແລະ ຂໍ້ມູນທີ່ລະບຸຕົວຕົນໃຫ້ແກ່ຜູ້ໃດກໍຕາມ. ນອກຈາກຜູ້ບໍລິຫານໂຄງການ, ພະນັກງານ, ຜູ້ຮັບເໝົາ, ແລະ ອົງກອນໃນເຄືອຂ່າຍ ຕາມທີ່ໄດ້ອະທິບາຍໄວ້ຂ້າງເທິງ, WordPress.org ເປີດເຜີຍຂໍ້ມູນທີ່ອາດຈະລະບຸຕົວຕົນ ແລະ ຂໍ້ມູນທີ່ລະບຸຕົວຕົນ ເມື່ອຖືກກຳນົດໂດຍກົດໝາຍເທົ່ານັ້ນ, ຫາກເຈົ້າໃຫ້ອະນຸຍາດໃຫ້ແບ່ງປັນຂໍ້ມູນຂອງເຈົ້າ, ຫຼື ເມື່ອ WordPress.org ເຊື່ອໂດຍບໍລິສຸດໃຈວ່າການເປີດເຜີຍນັ້ນມີຄວາມຈຳເປັນຕາມສົມຄວນເພື່ອປົກປ້ອງຊັບສິນ ຫຼື ສິດທິຂອງ WordPress.org, ພາກສ່ວນທີສາມ, ຫຼື ສາທາລະນະຊົນໂດຍລວມ.
ຖ້າທ່ານເປັນຜູ້ໃຊ້ທີ່ລົງທະບຽນກັບເວັບໄຊ WordPress.org ແລະ ໄດ້ໃຫ້ອີເມລໄວ້, WordPress.org ອາດຈະສົ່ງອີເມລຫາທ່ານເປັນຄັ້ງຄາວເພື່ອແຈ້ງກ່ຽວກັບຄຸນສົມບັດໃໝ່, ຂໍຄວາມຄິດເຫັນ ຫຼື ເພື່ອແຈ້ງຂ່າວສານຕ່າງໆ.
ຫາກເຈົ້າສົ່ງຄຳຮ້ອງຂໍຫາພວກເຮົາ (ຕົວຢ່າງ: ຜ່ານອີເມວຊ່ວຍເຫຼືອ ຫຼື ຜ່ານກົນໄກການຕອບຮັບຂອງພວກເຮົາ), ພວກເຮົາຂໍສະຫງວນສິດໃນການເຜີຍແຜ່ຂໍ້ມູນນັ້ນເພື່ອຊ່ວຍໃຫ້ພວກເຮົາຊີ້ແຈງ ຫຼື ຕອບສະໜອງຕໍ່ຄຳຮ້ອງຂໍຂອງເຈົ້າ ຫຼື ເພື່ອຊ່ວຍພວກເຮົາສະໜັບສະໜູນຜູ້ໃຊ້ອື່ນໆ. WordPress.org ດຳເນີນມາດຕະການທັງໝົດທີ່ຈຳເປັນຕາມສົມຄວນເພື່ອປ້ອງກັນການເຂົ້າເຖິງ, ການນຳໃຊ້, ການດັດແກ້, ຫຼື ການທຳລາຍຂໍ້ມູນທີ່ອາດຈະລະບຸຕົວຕົນ ແລະ ຂໍ້ມູນທີ່ລະບຸຕົວຕົນໂດຍບໍ່ໄດ້ຮັບອະນຸຍາດ.
ການນຳໃຊ້ຂໍ້ມູນສ່ວນຕົວ
ພວກເຮົາຈະບໍ່ນຳໃຊ້ຂໍ້ມູນທີ່ເຈົ້າໃຫ້ມາໃນເວລາທີ່ເຈົ້າລົງທະບຽນບັນຊີ, ເຂົ້າຮ່ວມກິດຈະກຳຂອງພວກເຮົາ, ຮັບຈົດໝາຍຂ່າວ, ນຳໃຊ້ບໍລິການອື່ນໆບາງຢ່າງ, ຫຼື ເຂົ້າຮ່ວມໃນໂຄງການໂອເພນຊອດ WordPress ໃນທາງອື່ນໆ.
ພວກເຮົາຈະບໍ່ຂາຍ ຫຼື ໃຫ້ເຊົ່າຂໍ້ມູນສ່ວນຕົວຂອງເຈົ້າໃຫ້ແກ່ພາກສ່ວນທີສາມ ເວັ້ນເສຍແຕ່ພວກເຮົາຈະໄດ້ຮັບອະນຸຍາດຈາກເຈົ້າ ຫຼື ຖືກກຳນົດໂດຍກົດໝາຍໃຫ້ດຳເນີນການດັ່ງກ່າວ.
ພວກເຮົາຕ້ອງການສົ່ງຂໍ້ມູນການສື່ສານດ້ານການຕະຫຼາດທາງອີເມວທີ່ເຈົ້າອາດຈະສົນໃຈເປັນຄັ້ງຄາວ. ຫາກເຈົ້າໄດ້ຍິນຍອມຮັບຂໍ້ມູນການຕະຫຼາດ, ເເຈົ້າສາມາດຍົກເລີກໄດ້ໃນພາຍຫຼັງ.
ທ່ານມີສິດທີ່ຈະໃຫ້ພວກເຮົາຢຸດການຕິດຕໍ່ທ່ານເພື່ອຈຸດປະສົງທາງການຕະຫຼາດໄດ້ທຸກເວລາ. ຖ້າທ່ານບໍ່ຕ້ອງການຮັບການຕິດຕໍ່ເພື່ອການຕະຫຼາດອີກຕໍ່ໄປ, ກະລຸນາກົດລີ້ງຍົກເລີກການຕິດຕາມ (unsubscribe) ຢູ່ທາງລຸ່ມຂອງອີເມລ.
ພື້ນຖານທາງກົດໝາຍໃນການປະມວນຜົນຂໍ້ມູນສ່ວນຕົວ
ພວກເຮົາອີງໃສ່ເງື່ອນໄຂການປະມວນຜົນຢ່າງໃດຢ່າງໜຶ່ງ ຫຼື ຫຼາຍຢ່າງດັ່ງຕໍ່ໄປນີ້:
- ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງພວກເຮົາໃນການສະໜອງຂໍ້ມູນ ແລະ ບໍລິການທີ່ມີປະສິດທິພາບໃຫ້ແກ່ເຈົ້າ;
- ຄວາມຍິນຍອມທີ່ທ່ານໄດ້ໃຫ້ໄວ້ຢ່າງຊັດເຈນ;
- ພັນທະທາງກົດໝາຍ.
ການເຂົ້າເຖິງຂໍ້ມູນ
ເຈົ້າມີສິດທີ່ຈະຂໍສຳເນົາຂໍ້ມູນທີ່ພວກເຮົາມີກ່ຽວກັບເຈົ້າ. ຫາກເຈົ້າຕ້ອງການສຳເນົາຂໍ້ມູນສ່ວນຕົວບາງສ່ວນ ຫຼື ທັງໝົດ, ກະລຸນາປະຕິບັດຕາມຄຳແນະນຳໃນຕອນທ້າຍຂອງພາກນີ້.
ຂໍ້ມູນທັງໝົດທີ່ຜູ້ເຂົ້າຮ່ວມ WordCamp ໃຫ້ມາ ສາມາດເບິ່ງ ແລະ ປ່ຽນແປງໄດ້ໂດຍຜູ້ເຂົ້າຮ່ວມເອງ ຜ່ານ URL Access Token ທີ່ສົ່ງໃຫ້ທາງອີເມວເພື່ອຢືນຢັນການຊື້ບັດທີ່ສຳເລັດແລ້ວ.
ບັນຊີຜູ້ໃຊ້ WordPress.org ສາມາດແກ້ໄຂໄດ້ໂດຍປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ເຂົ້າໄປທີ່ https://login.wordpress.org/, ແລ້ວປ້ອນຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງທ່ານ.
- ທ່ານຈະຖືກສົ່ງໄປທີ່ https://profiles.wordpress.org/your_username.
- ກົດລີ້ງ “ແກ້ໄຂ” ຂ້າງຊື່ຜູ້ໃຊ້ຂອງທ່ານ.
ຖ້າທ່ານຕ້ອງການຮ້ອງຂໍການເຂົ້າເຖິງຂໍ້ມູນບັນຊີຂອງທ່ານ, ກະລຸນາປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ເຂົ້າໄປທີ່ https://wordpress.org/about/privacy/data-export-request/.
- ປ້ອນທີ່ຢູື່ອີເມລຂອງທ່ານ.
- ກົດ “ຍອມຮັບຄຳປະກາດ ແລະ ຮ້ອງຂໍການສົ່ງອອກຂໍ້ມູນ”.
ໝາຍເຫດ: ຖ້າທ່ານມີບັນຊີ WP.org, ແນະນຳໃຫ້ເຂົ້າສູ່ລະບົບກ່ອນການສົ່ງຄຳຮ້ອງເພື່ອໃຫ້ຄຳຮ້ອງນັ້ນເຊື່ອມໂຍງກັບບັນຊີຂອງທ່ານ.
ການເກັບຮັກສາຂໍ້ມູນສ່ວນຕົວ
ພວກເຮົາຈະເກັບຮັກສາຂໍ້ມູນສ່ວນຕົວຂອງເຈົ້າໄວ້ໃນລະບົບຂອງພວກເຮົາເທົ່າທີ່ຈຳເປັນເທົ່ານັ້ນ, ເພື່ອຄວາມສຳເລັດຂອງໂຄງການໂອເພນຊອດ WordPress ແລະ ແຜນງານຕ່າງໆທີ່ສະໜັບສະໜູນ WordPress.org. ພວກເຮົາເກັບຮັກສາຂໍ້ມູນການຕິດຕໍ່ (ເຊັ່ນ ຂໍ້ມູນລາຍຊື່ຜູ້ຮັບອີເມວ) ຈົນກວ່າຜູ້ໃຊ້ຈະຍົກເລີກການຕິດຕາມ ຫຼື ຮ້ອງຂໍໃຫ້ພວກເຮົາລຶບຂໍ້ມູນນັ້ນອອກຈາກລະບົບທີ່ໃຊ້ງານຢູ່ຂອງພວກເຮົາ. ຫາກເຈົ້າເລືອກທີ່ຈະຍົກເລີກການຕິດຕາມຈາກລາຍຊື່ຜູ້ຮັບອີເມວ, ພວກເຮົາອາດຈະເກັບຮັກສາຂໍ້ມູນບາງຢ່າງທີ່ຈຳກັດກ່ຽວກັບເຈົ້າໄວ້ເພື່ອໃຫ້ພວກເຮົາສາມາດປະຕິບັດຕາມຄຳຮ້ອງຂໍຂອງເຈົ້າໄດ້.
WordPress.org ຈະບໍ່ລຶບຂໍ້ມູນສ່ວນຕົວອອກຈາກບັນທຶກ ຫຼື ຂໍ້ມູນທີ່ຈຳເປັນຕໍ່ການດຳເນີນງານ, ການພັດທະນາ, ຫຼື ການຈັດເກັບທາງປະຫວັດສາດຂອງໂຄງການໂອເພນຊອດ WordPress.
WordPress.org ຈະເກັບຮັກສາຂໍ້ມູນຜູ້ເຂົ້າຮ່ວມ WordCamp ເປັນເວລາ 3 ປີເພື່ອຕິດຕາມການເຕີບໂຕຂອງຊຸມຊົນ.
On WordCamp.org sites, banking/financial data collected as part of a reimbursement request is deleted from WordCamp.org 7 days after the request is marked paid. The reason for the 7-day retention period is to prevent organizers having to re-enter their banking details if a wire fails or if a payment was marked “Paid” in error. Invoices and receipts related to WordCamp expenses are retained for 7 years after the close of the calendar year’s audit, by instruction of our financial consultants (auditors & bookkeepers).
ເມື່ອມີການຮ້ອງຂໍໃຫ້ລຶບ ຫຼື ຖືກກຳນົດໃຫ້ລຶບ, ພວກເຮົາຈະເຮັດໃຫ້ຂໍ້ມູນຂອງເຈົ້າຂອງຂໍ້ມູນເປັນຂໍ້ມູນທີ່ບໍ່ລະບຸຕົວຕົນ ແລະ/ຫຼື ລຶບຂໍ້ມູນຂອງພວກເຂົາອອກຈາກເວັບໄຊທີ່ສາທາລະນະເຂົ້າເຖິງໄດ້ ຫາກການລຶບຂໍ້ມູນຈະເຮັດໃຫ້ລະບົບທີ່ຈຳເປັນເຮັດວຽກບໍ່ໄດ້ ຫຼື ສ້າງຄວາມເສຍຫາຍຕໍ່ບັນທຶກ ຫຼື ຂໍ້ມູນທີ່ຈຳເປັນຕໍ່ການດຳເນີນງານ, ການພັດທະນາ, ຫຼື ຂໍ້ມູນການຈັດເກັບທາງປະຫວັດສາດຂອງໂຄງການໂອເພນຊອດ WordPress.
ຖ້າທ່ານຕ້ອງການຮ້ອງຂໍການລຶບບັນຊີ ແລະ ຂໍ້ມູນທີ່ກ່ຽວຂ້ອງຂອງທ່ານ, ກະລຸນາປະຕິບັດຕາມຂັ້ນຕອນເຫຼົ່ານີ້:
- ເຂົ້າໄປທີ່ https://wordpress.org/about/privacy/data-erasure-request/.
- ປ້ອນທີ່ຢູື່ອີເມລຂອງທ່ານ.
- ກົດ “ຍອມຮັບຄຳປະກາດ ແລະ ຮ້ອງຂໍການລຶບພາບບັນຊີຖາວອນ”.
ໝາຍເຫດ: ຖ້າທ່ານມີບັນຊີ WP.org, ແນະນຳໃຫ້ເຂົ້າສູ່ລະບົບກ່ອນການສົ່ງຄຳຮ້ອງເພື່ອໃຫ້ຄຳຮ້ອງນັ້ນເຊື່ອມໂຍງກັບບັນຊີຂອງທ່ານ.
ສິດທິທີ່ກ່ຽວຂ້ອງກັບຂໍ້ມູນຂອງເຈົ້າ
ເຈົ້າອາດຈະມີສິດທິບາງຢ່າງພາຍໃຕ້ກົດໝາຍຄຸ້ມຄອງຂໍ້ມູນກ່ຽວກັບຂໍ້ມູນສ່ວນຕົວທີ່ພວກເຮົາມີກ່ຽວກັບເຈົ້າ. ໂດຍສະເພາະ, ເຈົ້າອາດຈະມີສິດທີ່ຈະ:
- ຂໍສຳເນົາຂໍ້ມູນສ່ວນຕົວທີ່ພວກເຮົາມີກ່ຽວກັບເຈົ້າ;
- ຂໍໃຫ້ພວກເຮົາອັບເດດຂໍ້ມູນສ່ວນຕົວທີ່ພວກເຮົາມີກ່ຽວກັບເຈົ້າ, ຫຼື ແກ້ໄຂຂໍ້ມູນສ່ວນຕົວດັ່ງກ່າວດ້ວຍຕົນເອງທີ່ເຈົ້າຄິດວ່າບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ;
- ຂໍໃຫ້ພວກເຮົາລຶບຂໍ້ມູນສ່ວນຕົວທີ່ພວກເຮົາເກັບໄວ້ກ່ຽວກັບທ່ານອອກຈາກລະບົບທີ່ໃຊ້ງານຢູ່, ຫຼື ຈຳກັດວິທີການທີ່ພວກເຮົາໃຊ້ຂໍ້ມູນສ່ວນຕົວດັ່ງກ່າວ (ສຳລັບຂໍ້ມູນກ່ຽວກັບການລຶບອອກຈາກຖານຂໍ້ມູນຈັດເກັບ, ກະລຸນາເບິ່ງພາກ “ການເກັບຮັກສາຂໍ້ມູນສ່ວນຕົວ”);
- ຄັດຄ້ານການປະມວນຜົນຂໍ້ມູນສ່ວນຕົວຂອງເຈົ້າ; ແລະ/ຫຼື
- ຖອນຄວາມຍິນຍອມຂອງເຈົ້າໃນການປະມວນຜົນຂໍ້ມູນສ່ວນຕົວຂອງພວກເຮົາ (ໃນຂອບເຂດທີ່ການປະມວນຜົນນັ້ນອີງໃສ່ຄວາມຍິນຍອມ ແລະ ຄວາມຍິນຍອມເປັນພື້ນຖານດຽວທີ່ອະນຸຍາດໃຫ້ປະມວນຜົນໄດ້).
ຫາກເຈົ້າຕ້ອງການໃຊ້ສິດທິເຫຼົ່ານີ້ ຫຼື ຕ້ອງການເຂົ້າໃຈວ່າສິດທິເຫຼົ່ານີ້ມີຜົນກັບເຈົ້າຫຼືບໍ່, ກະລຸນາປະຕິບັດຕາມຄຳແນະນຳໃນຕອນທ້າຍຂອງຖະແຫຼງການຄວາມເປັນສ່ວນຕົວນີ້.
ລີ້ງຂອງບຸກຄົນທີສາມ
ເວັບໄຊຂອງພວກເຮົາອາດຈະມີລີ້ງໄປຫາເວັບໄຊອື່ນທີ່ໃຫ້ບໍລິການໂດຍບຸກຄົນທີສາມເຊິ່ງບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມຂອງພວກເຮົາ. ເມື່ອທ່ານກົດລີ້ງ ແລະ ໃຫ້ຂໍ້ມູນແກ່ເວັບໄຊບຸກຄົນທີສາມ, ກະລຸນາຮັບຊາບວ່າພວກເຮົາຈະບໍ່ຮັບຜິດຊອບຕໍ່ຂໍ້ມູນດັ່ງກ່າວ. ນະໂຍບາຍຄວາມເປັນສ່ວນຕົວນີ້ມີຜົນບັງຄັບໃຊ້ສະເພາະກັບເວັບໄຊທີ່ລະບຸໄວ້ໃນຕອນຕົ້ນຂອງເອກະສານນີ້ເທົ່ານັ້ນ.
ສະຖິຕິລວມ
WordPress.org ອາດຈະເກັບກຳສະຖິຕິກ່ຽວກັບພຶດຕິກຳຂອງຜູ້ເຂົ້າຊົມເວັບໄຊ. ຕົວຢ່າງ: WordPress.org ອາດຈະເປີດເຜີຍວ່າເວີຊັນໃດໜຶ່ງຂອງ WordPress ຖືກດາວໂຫລດໄປຈັກຄັ້ງ ຫຼື ລາຍງານວ່າປລັກອິນໃດໄດ້ຮັບຄວາມນິຍົມທີ່ສຸດ ໂດຍອີງຕາມຂໍ້ມູນທີ່ເກັບກຳໂດຍ api.wordpress.org, ເຊິ່ງເປັນບໍລິການເວັບທີ່ WordPress ໃຊ້ເພື່ອສື່ສານກວດສອບເວີຊັນໃໝ່. ຢ່າງໃດກໍຕາມ, WordPress.org ຈະບໍ່ເປີດເຜີຍຂໍ້ມູນທີ່ລະບຸຕົວຕົນໄດ້ ນອກຈາກທີ່ໄດ້ລະບຸໄວ້ໃນນະໂຍບາຍນີ້.
ຄຸກກີ້ (Cookies)
ນອກຈາກນີ້, ຂໍ້ມູນກ່ຽວກັບວິທີທີ່ທ່ານນຳໃຊ້ເວັບໄຊຂອງພວກເຮົາຈະຖືກເກັບກຳໂດຍອັດຕະໂນມັດຜ່ານ “ຄຸກກີ້” (cookies). ຄຸກກີ້ແມ່ນໄຟລ໌ຂໍ້ຄວາມທີ່ຖືກຈັດເກັບໄວ້ໃນຄອມພິວເຕີຂອງທ່ານເພື່ອເກັບກຳຂໍ້ມູນບັນທຶກອິນເຕີເນັດມາດຕະຖານ ແລະ ພຶດຕິກຳຂອງຜູ້ເຂົ້າຊົມ. ຂໍ້ມູນນີ້ຖືກນຳໃຊ້ເພື່ອຕິດຕາມການນຳໃຊ້ເວັບໄຊ ແລະ ເພື່ອຈັດເຮັດລາຍງານສະຖິຕິກ່ຽວກັບກິດຈະກຳຕ່າງໆໃນເວັບໄຊ.
ກະລຸນາເບິ່ງ ນະໂຍບາຍຄຸກກີ້ຂອງພວກເຮົາ ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວ່າມີຄຸກກີ້ໃດແດ່ທີ່ຖືກເກັບກຳຢູ່ໃນ WordPress.org.
ການປ່ຽນແປງນະໂຍບາຍຄວາມເປັນສ່ວນຕົວ
ເຖິງວ່າການປ່ຽນແປງສ່ວນໃຫຍ່ອາດຈະເປັນພຽງເລື່ອງເລັກໜ້ອຍ, ແຕ່ WordPress.org ອາດຈະປ່ຽນແປງນະໂຍບາຍຄວາມເປັນສ່ວນຕົວເປັນຄັ້ງຄາວ ຕາມການຕັດສິນໃຈຂອງ WordPress.org ເອງ. ພວກເຮົາຂໍແນະນຳໃຫ້ຜູ້ເຂົ້າຊົມກວດສອບໜ້ານີ້ເລື້ອຍໆເພື່ອເບິ່ງການປ່ຽນແປງ. ການທີ່ທ່ານນຳໃຊ້ເວັບໄຊນີ້ຕໍ່ໄປຫຼັງຈາກມີການປ່ຽນແປງນະໂຍບາຍ ຈະຖືວ່າທ່ານຍອມຮັບການປ່ຽນແປງດັ່ງກ່າວ.
ຕິດຕໍ່
ກະລຸນາຮັບຊາບວ່າ ພວກເຮົາບໍ່ສາມາດໃຫ້ຄວາມຊ່ວຍເຫຼືອ ຫຼື ຂໍ້ມູນກ່ຽວກັບເວັບໄຊອື່ນໆ, ລວມທັງເວັບໄຊທີ່ອາດຈະໃຊ້ຊອບແວໂອເພນຊອດຂອງ WordPress ແຕ່ຖືກໂຮສໂດຍບຸກຄົນທີສາມ.
ພວກເຮົາແນະນຳໃຫ້ຕິດຕໍ່ເຈົ້າຂອງເວັບໄຊ ຫຼື ຜູ້ຂຽນໂດຍກົງ. ເພື່ອຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບໂຮສ ຫຼື ຜູ້ຈົດທະບຽນໂດເມນຂອງເວັບໄຊ, ທ່ານສາມາດໃຊ້ເຄື່ອງມືເຫຼົ່ານີ້:
ກະລຸນາຕິດຕໍ່ພວກເຮົາ ຫາກທ່ານມີຄຳຖາມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວ ຫຼື ຂໍ້ມູນກ່ຽວກັບທ່ານທີ່ພວກເຮົາເກັບໄວ້ ໂດຍການສົ່ງອີເມວໄປທີ່ dpo@wordpress.org.
